
ຂ່າວທົ່ວໄປ
Messenger ລັກແຄັບໜ້າຈໍ ບໍ່ໄດ້ແລ້ວເດີ້
Messenger ລັກແຄັບໜ້າຈໍ ບໍ່ໄດ້ແລ້ວເດີ້! News | 𝖬𝖺𝗋𝗄 𝖹𝗎𝖼𝗄𝖾𝗋𝖻𝖾𝗋𝗀 ໄດ້ໃຫ້ຮູ້ວ່າ:
Messenger ຈະມີການອັບເດດໃຫມ່ ໂດຍຈະມີການເຂົ້າລະຫັດ ໃຫ້ແຈ້ງເຕືອນຜູ້ໃຊ້ງານທຸກຄັ້ງເວລາ “ຖືກແຄັບໜ້າຈໍ” ຖ້າຫາກເຮົາກຳລັງແຊັດຢູ່ ແລ້ວເຮົາໄປແຄັບໜ້າຈໍ
ມັນກໍຈະຂຶ້ນແຈ້ງເຕືອນອີກຝ່າຍທີ່ເຮົາແຊັດນໍາເຊັ່ນດຽວກັນ. ນອກຈາກນີ້ ຍັງມີການເພີ່ມຟີເຈີການສົ່ງພາບ GIF, ສະຕິກເກີ້ ຫຼືກົດ Reaction ທີ່ໃຊ້ສະເພາະຂໍ້ຄວາມ Seret Conversation ເທົ່ານັ້ນ ແລະ ຕ້ອງເປັນຂໍ້ຄວາມທີ່ຖືກຕັ້ງເວລາໄວ້ໃຫ້ລຶບເອງ.
ຄາດວ່າຈະມີການປ່ອຍໃຫ້ອັບເດດ ໃຊ້ງານໄດ້ໃນໄວໆນີ້.

ອ່ານເພີ່ມເຕີມ: https://bit.ly/3ACjQIs